Outreach Programme
LDC help and motivate students to finish their schooling by supporting their daily needs.
ສປປ. ລາວ ແມ່ນປະເທດໜຶ່ງທີ່ມີເສດຖະກິດຂະຫຍາຍຕົວຢ່າງໄວວາໃນຂົງເຂດອາຊຽນ. ພ້ອມກັນກັບການຂະຫຍາຍຕົວຂອງເສດຖະກິດທີ່ເຂັ້ມແຂງ ແລະ ຜົນຕອບແທນທີ່ສູງ ໃນການພັດທະນາເສດຖະກິດ-ສັງຄົມ, ຄົນລາວມີອຳນາດໃນການຊື້ ແລະ ການເຂົ້າເຖິງສິນຄ້າ-ການບໍລິການທີ່ມີຄຸນນະພາບຫລາຍຂື້ນ.
ກຸ່ມບໍລິສັດ LDC, ພວກເຮົາຕ້ອງການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ແລະ ນັກທ່ອງທ່ຽວສະດວກສະບາຍ ແລະ ດີຂື້ນ. ພວກເຮົານຳເຂົ້າ ແລະ ຈັດຈຳໜ່າຍສິນຄ້າຫລາກຫລາຍປະເພດຂອງສາກົນ ແລະ ສະໜອງສິນຄ້າ, ອາຫານສົດຂອງພາຍໃນ ແລະ ທ້ອງຖິ່ນ ພ້ອມທັງເຂົ້າໝົມອົບຈາກເຮືອນຄົວຂອງເຮົາເອງ.
ກຸ່ມບໍລິສັດຂອງເຮົາເລີ້ມຕົ້ນໃນປີ 2011 ພາຍໃຕ້ຊື່ ບໍລິສັດ LDC ຂາເຂົ້າ-ຂາອອກຈຳກັດ (LDC Import-Export Co.,Ltd) ສະໜອງສິນຄ້ານຳເຂົ້າ ແລະ ຜະລິດຕະພັນພາຍໃນຂອງນະຄອນຫຼວງວຽງຈັນ.
ໃນປີ 2014, ບໍລິສັດ LDC ຂາເຂົ້າ-ຂາອອກຈຳກັດ ໄດ້ສະໜອງທາງເລືອກທີ່ຫລາກຫລາຍເພີ່ມຂື້ນທີ່ຮ້ານ ຈິບຟີ້ Jiffy ທົ່ວປະເທດລາວ. ຮ້ານ Jiffy ເປັນທີ່ຮູ້ຈັກ ແລະ ມີຄວາມນິຍົມຢ່າງໄວວາ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນການເປັນຮ້ານສະດວກຊື້. ລູກຄ້າສາມາດຊອກຫາສິນຄ້າທີ່ຫລາກຫລາຍ, ຄຸ້ມຄ່າຄຸ້ມລາຄາທີ່ຮ້ານ Jiffy ທີ່ປໍ້ານໍ້າມັນ ປຕທ ແລະ ຂອບເຂດຊຸມຊົນໄກ້ບ້ານທ່ານ.
ພວກເຮົາໄດ້ສ້າງຕັ້ງ ໂຮງງານ ແຊບ Zaap Meal to Go ອາຫານກ່ອງພ້ອມກິນ ແລະ ເຂົ້າໝົມ Zaap Bakery ໃນປີ 2016, ເພື່ອນຳເອົາລົດຊາດອາຫານທີ່ແຊບ ແລະ ເຂົ້າໜົມອົບທີ່ທີ່ມີລົດຊາດ ຫລາຍລາຍການວາງຂາຍທີ່ຮ້ານ Jiffy, ແລະ ຮ້ານສະດວກຊື້ອື່ນໆ ທີ່ນະຄອນຫຼວງວຽງຈັນ. ບໍລິສັດນີ້ມີການຂະຫຍາຍການຜະລິດຢ່າງວ່ອງໄວ, ເປັນການເປີດການສະໜອງໃຫ້ຮ້ານຄ້າ ດ້ານອາຫານພ້ອມກິນທຸກມື້ ແລະ ການຈັດງານນອກສະຖານທີ່.
ນອກນັ້ນ ພາຍໃຕ້ບໍລິສັດ LDC ຍັງມີບໍລິສັດ ສະກາຍຄູລ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ (SkyCool Import-Export Co., Ltd.), ສ້າງຕັ້ງໃນປີ 2017, ເປັນບໍລິສັດຕົວແທນຈຳໜ່າຍຢ່າງເປັນທາງການຂອງ ເຄື່ອງປັບອາກາດໄດກິ້ນ. SkyCool ໄດ້ເປີດຫ້ອງຂາຍທຳອິດຂອງໄດກີ້ນ, ສູນການບໍລິການ, ແລະ ສູນຝຶກອົບຮົມທີ່ນະຄອນຫຼວງວຽງຈັນ ເພື່ອຮັບປະກັນການຂາຍ ແລະ ການບໍລິການທີ່ໄດ້ມາດຕະຖານ.
ໃນກາງປີ 2019, LDC ໄດ້ຂະຫຍາຍການທຸລະກິດ ແລະ ເປັນຕົວແທນຈຳໜ່າຍອາໄຫຼໄຟຟ້າຂອງບໍລິສັດ Schneider ໃນ ສປປ. ລາວ.
ບໍລິສັດ ມີພະນັກງານເກືອບ 300 ຄົນ, ກຸ່ມບໍລິສັດ LDC ແມ່ນສ້າງການຈ້າງງານ ແລະ ໂອກາດໃນການຝຶກອົບຮົມໃຫ້ແກ່ພະນັກງານ ກໍ່ຄືປະຊາຊົນລາວ. ພວກເຮົາສັນຍາວ່າຈະສ້າງສັນ ແລະ ນຳສະເໜີສິ່ງທີ່ດີທີ່ສຸດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງທ່ານດີຂື້ນ ແລະ ສະດວກສະບາຍ.
ເປັນຜູ້ນຳທາງດ້ານການຄ້າທຸລະກິດຂາຍຍົກ-ຂາຍຍ່ອຍ ຮູບແບບທັນສະໄໝ ແລະ ໃສ່ໃຈການບໍລິການ.
ເພື່ອໃຫ້ການບໍລິການລະດັບສູງສຸດມີປະສິດທິພາບສູງສຸດເພື່ອເຮັດໃຫ້ລູກຄ້າຍິ້ມດ້ວຍຄວາມເພິ່ງພໍໃຈ
ເພື່ອສະ ໜອງ ສິນຄ້າແລະການບໍລິການທີ່ລູກຄ້າຕ້ອງການດ້ວຍມູນຄ່າທີ່ພວກເຂົາຈະຊື່ນຊົມ
ສ້າງພັນທະມິດທີ່ເຂັ້ມແຂງກັບບັນດາຄູ່ຮ່ວມທຸລະກິດທີ່ແບ່ງປັນວິໄສທັດຂອງພວກເຮົາ
ເພື່ອສ້າງແລະຮັກສາຄວາມໄວ້ວາງໃຈແລະຄວາມເຄົາລົບນັບຖືລະຫວ່າງລູກຄ້າແລະເພື່ອນຮ່ວມງານຂອງພວກເຮົາ
ເພື່ອສະ ໜັບ ສະ ໜູນ ຊຸມຊົນທ້ອງຖິ່ນແລະປົກປ້ອງສະພາບແວດລ້ອມ ທຳ ມະຊາດ
ພວກເຮົາມີຄວາມເຊື່ອໝັ້ນໃນການປະຕິບັດຕໍ່ພະນັກງານທຸກຄົນ, ລູກຄ້າດ້ວຍຄວາມຊື່ສັດ ແລະ ເຄົາລົບ. ຄຸນຄ່າຫຼັກຂອງອົງກອນແມ່ນ ບຸກຄະລິກ ATTITUDE ລັກສະນະຂອງຄອບຄົວ LDC ເຊິ່ງປະກອບດ້ວຍ:
88%
95%
92%
90%
86%
82%
You already know that zap means delicious, so if you crave fresh bakery items, look for the Zaap Bak...
Read MoreLDC help and motivate students to finish their schooling by supporting their daily needs.
LDC held a big promotions at all store here in Vientiane.
LDC participate at boat racing festival and make a big promotions in each store's.
LDC sharing happiness on International Children’s Day
LDC held a company gathering to discuss the previous and outlook for the future regarding of proxy statement.
Company Party for celebrating the Lao New Year.
LDC had a friendly match with each Department at Xang FC Stadium.